ວິໄສທັດ / ພັນທະກິດ

ວິໄສທັດ

ໂຮງ ໝໍ ກູງເທບຂອນແກ່ນແມ່ນໂຮງ ໝໍ ເອກະຊົນ, ຂະ ໜາດ 103 ຕຽງ, ໃຫ້ບໍລິການປິ່ນປົວພະຍາດທົ່ວໄປແລະໂຣກສະເພາະທາງ. ໃຫ້ການດູແລຮັກສາຄົນໄຂ້ໃນລະດັບຕະຕິຍະພູມ(ການດູແລຂັ້ນ3) (tertiary care) ພຽບພ້ອມດ້ວຍເຕັກໂນໂລຊີ ແລະເຄຶ່ອງມຶທາງການແພດທີ່ທັນສະໄໝ ບູກຄະລາກອນປະກອບມີທີມແພດ, ທີມພະຍາບານ, ທີມງານຫຼາຍຝ່າຍ, ແລະທີມງານສະໜັບ ສະໜູນ ທີ່ມີຄວາມຮູ້ຄວາມংສາມາດ. ມີຫ້ອງກວດຄົນເຈັບນອກ ຈຳນວນ 40 ຫ້ອງ, ຈຳນວນຕຽງນອນຄົນເຈັບທີ່ນອນໃນມິ103 ຕຽງ.

ວິໄສທັດ :

ໂຮງໝໍກກຸງເທບຂອນແກ່ນແມ່ນໂຮງ ໝໍ ເອກະຊົນໃນພາກຕາເວັນອອກສຽງ ເໜືອ ທີ່ມຸ້ງສູ່ຄວາມເປັນເລີດ. ໃຫ້ການດູແລຮັກສາດ້ວຍມາດຕະຖານລະດັບນາໆຊາດ(ສາກົນ) ໂດຍມຸ້ງເນັ້ນຄວາມເພິ່ງພໍໃຈຂອງຜູ້ຮັບບໍລິການ ດ້ວຍບໍລິການດ້ວຍບໍລິການທີ່ຶໃສ່ໃຈແລະມີຈາລິຍະທຳ.

ພັນທະກິດ :

ໂຮງໝໍກຸງເທບຂອນແກ່ນມຸ້ງເນັ້ນໃນການບໍລິການສຸຂະພາບລະດັບຕະຕິຍະພູມ(ລະດັບຂັ້ນສາມ)ຕາມມາດຕະຖານນາໆຊາດພັດທະນາຄຸນນະພາບການໃຫ້ບໍລິການຢ່າງຕໍ່ເນຶ່ອງໃນເຕັກໂນໂລຊີ ທາງການແພດຢ່າງເໝາະສົມ ໃຊ້ພະລັງງານແລະຊັບພະຍາກອນຢ່າງຄຸ້ມຄ່າ ສຸມໃສ່ການເຕີບໂຕຂອງອົງກອນແບບໝັ້ນຄົງ,ໂປ່ງໃສ, ກວດສອບໄດ້.

ປຄຸນຄ່າ :

B: Beyond Excellence ເໜືອກວ່າມາດຕະຖານ. (ມຸ້ງປະຕິບັດໜ້າທີ່ດ້ວຍມາດຕະຖານສູງ: ປະຕິບັດຕາມບົດບາດໜ້າທີ່ ຂອງຕົນ ລົງມຶເຮັດສິ່ງຈຳເປັນເພຶ່ອໃຫ້ວຽກງານສຳເລັດ ປະເມີນແລະຕິດຕາມຜົນການປະຕິບັດງານຂອງຕົນເອງ)

D: Deep empathy ມຸ້ງປະສານຄວາມເຂົ້າໃຈ (ຮັບຟັງຄວາມກັງວົນຂອງຜູ້ອື່ນ: ຮັບຟັງແລະຮັບຮູ້ອາລົມ. ແລະສະຖານະການທີ່ຜູ້ອື່ນປະເຊີນຢູ່, ເຄົາລົບຜູ້ອື່ນ, ບໍ່ຕັດສິນຜູ້ອື່ນຕັ້ງແຕ່ແລກພົບ(ໃນເວລາທີ່ເຫັນທຳອິດ) ຕອບສະໜອງ ຜູ້ອື່ນດ້ວຍຄວາມສຸພາບເປັນມື​ອາ​ຊີບ)

M: Moral commitment ຈັນຍາບັນ ທຳຣົງໄວ້(ຮັກສາຈັນຍາບັນ)(ເປີດເຜີຍແລະຊື່ສັດໃນການເຮັດວຽກ: ປະຕິບັດຕົນສອດຄ່ອງ ກັບປັດສະຍາຈັນຍາບັນ BDMS, ສາມາດໃຫ້ຄຳແນະນຳ ເພື່ອນຮ່ວມງານໃນການປະຕິບັດງານ)

S: Service with Thai Hospitality ຄົງເອກະລັກໄທດ້ວຍຫົວໃຈການບໍລິການ (ໝັ່ນຕິດຕາມແລະມີການສຶ່ສານທີ່ຊັດເຈນ: ສື່ສານຊັດເຈນເພຶ່ອການເຮັດວຽກທີ່ຕົງກັນ ສຳຫຼວດ ຄວາມເພິ່ງພໍໃຈຂອງຜູ້ໃຊ້ບໍລິການ ໂດຍການສັງເກດ)

ລະບົບກຳກັບດູແລອົງກອນ :

ໂຮງ ໝໍກຸງເທບຂອນແກ່ນມີລະບົບການກຳກັບດູແລອົງກອນ ເພື່ອໃຫ້ການດຳເນີນການງານຂອງອົງກອນເປັນໄປຢ່າງໝັ້ນຄົງໂປ່ງໃສກວດສອບໄດ້ ໂດຍມີການແຕ່ງຕັ້ງຄະນະກຳມະການບໍລິສັດໂຮງ ໝໍກຸງເທບຂອນແກ່ນ ກຳກັບດູແລການດຳເນີນງານ ເຊິ່ງປະກອບດ້ວຍຄະນະກຳມະການຈາກຝ່າຍບໍລິຫານໂຮງໝໍ ຕົວແທນຜູ້ຖືຫຸ້ນແລະທີ່ປຶກສາຈັດຕັ້ງອົງກອນແພດ ອົງກອນພະຍາບານກຳກັບດູແລຕິດຕາມການປະຕິບັດງານຕາມມາດຕະຖານວິຊາຊີບ ກະບວນການກຳກັບດູແລກິດຈະການ ຖຶກຖ່າຍທອດ ແລະມອບໝາຍນະໂຍບາຍ ຈາກຄະນະກຳມະການບໍລິສັດກຸງເທບດຸສິຕເວດ ຈຳກັດ ໄປຍັງຄະນະກຳມະການບໍລິຫານຂອງໂຮງໝໍ ແລະ ຖ່າຍທອດໄປສູ່ຄະນະ ກຳມະການຕ່າງໆ ເພື່ອນຳໄປສູ່ການປະຕິບັດ ແລະ ດຳເນີນການ ຂະບວນການເບິ່ງແຍງຄົນເຈັບເປັນໄປຕາມມາດຕະຖານວິຊາຊີບແລະການບໍລິຫານຈັດການດ້ານອື່ນໆ ເປັນໄປຕາມກົດລະບຽບຂໍ້ບັງຄັບຂອງກົດໝາຍທີ່ກ່ຽວຂ້ອງ ບໍ່ພົບອຸບັດການຮ້ອງຮຽນ ດ້ານການລະເມີດຈັນຍາບັນ ສິ່ງແວດລ້ອມແລະສັງຄົມ

 

Privacy Settings