ກ່ຽວກັບໂຮງ ໝໍ

ກ່ຽວກັບໂຮງ ໝໍ

ສະຖານທີ່ຕັ້ງຂອງໂຮງ ໝໍ ກູງເທບຂອນແກ່ນ ຢູ່ໃນສະຖານທີ່ ທີ່ສາມາດເຂົ້າເຖິງໄດ້ງ່າຍ ຕັ້ງຢູ່ຖະໜົນ ມະລິວັນ ເຊິ່ງເປັນເສັ້ນທາງສັນຈອນຫລັກ ການຈໍລະຈອນ (ຄັບຄັ້ງ) ຄັບຄາໜາແໜ້ນ (ຕິດຂັດ) ມີໂອກາດເກີດອຸບັດຕິເຫດຈາລະຈອນທຸກປະເພດ. ມີໂຣກທີ່ສຳ ຄັນໃນກຸ່ມໂຣກສຸກເສີນເລັ່ງດ່ວນເຊັ່ນ: ການບາດເຈັບຂອງຫົວ (Head injury), Multiple Trauma, ດ້ານສະພາບເສດຖະກິດ, ສັງຄົມ ການເມືອງຈາກພຶດຕິ ກຳບໍລິໂພກ ການອອກກຳລັງກາຍຂອງປະຊາຊົນ ການເຮັດວຽກຢູ່ໃນບໍລິສັດ, ໂຮງງານ, ການນຳໃຊ້ອຸປະກອນແລະເຕັກໂນໂລຊີ ບວກກັບການເຮັດວຽກເປັນເວລາດົນ ມີຄວາມສ່ຽງທີ່ຈະເປັນໂຣກໃນກຸ່ມສ່ຽງທີ່ມີຄວາມສ່ຽງສູງເຊັ່ນ: ໂລກຫົວໃຈ ແລະ ຫຼອດເລືອດ, ໂຣກເບົາຫວານ, ໂຣກຂອງລະບົບກະດູກແລະຂໍ້ ກ້າມເນື້ອ, ໂຣກຈາກການເຮັດວຽກງານຕ່າງໆ. ລວມທັງການຖືພາທີ່ມີຄວາມສ່ຽງສູງ ຈາກແມ່ທີ່ມີອາຍຸ 35 ປີ, ຈາກພື້ນທີ່ຂອງ(ຈັງຫວັດ)ແຂວງຂອນແກ່ນທີ່ມີແນວໂນ້ມທີ່ມີການເພີ່ມຂຶ້ນຂອງຈຳນວນຂອງຜູ້ສູງອາຍຸ ມີໂອກາດເກີດໂຣກຫົວໃຈແລະຫລອດເລຶອດ ໂຣກເບົາຫວານ, ໂຣກຄວາມດັນເລືອດສູງ ໂຣກກະດູກ ໂຣກຂໍ້ ກ້າມເນື້ອ, ໂຣກຕາ, ໂຣກໝາກ ໄຂ່ຫຼັງເຊຶ່ອມໂຊມ ກຸ່ມໂຣກຕິດຕໍ່ທີ່ສຳຄັນໄດ້ແກ່ ໂຣກລະບົບທາງເດີນຫາຍໃຈ. ໂຣກໄຂ້ຫວັດໃຫຍ່, ໂຣກ RSV, ໂຣກ ມື ຕີນ ປາກ, ເລົ່ານີ້ເປັນຕົ້ນ.

ການເປັນສູນກາງໃນການໂອນຍ້າຍຄົນເຈັບຢູ່ໃນເຂດພາກອີສານ ເນຶ່ອງຈາກມັນຢູ່ໃນພື້ນທີ່ທີ່ສາມາດເຂົ້າເຖິງໄດ້ງ່າຍ ເຄື່ອງມືທີ່ທັນສະໄໝ ມີແພດໝໍ ແລະບຸກຄະລາກອນທີ່ມີຄວາມພ້ອມດ້ວຍຄວາມຄວາມຊຳນິຊຳນານສະເພາະດ້ານ.

ການຂະຫຍາຍຕົວທາງທຸລະກິດ (Business Growth) ຈາກການເພີ່ມຂື້ນຂອງກໍລະນີຄົນເຈັບແບບມໍລະສຸມ, ກໍລະນີຜ່າຕັດ, ການດູແລຮັກສາແລະການສົ່ງຕໍ່ຄົນເຈັບທີ່ມີຄວາມສັບຊ້ອນ ໃນການຮັກສາຈາກໂຮງ ໝໍ ໃກ້ຄຽງຫລືໂຮງໝໍ ເອກະຊົນໃນຕ່າງແຂວງ, ເພີ່ມ CMI ໃນການດູແລເບິ່ງແຍງຄົນເຈັບ.

ສະມັດຖະນະຫຼັກຂອງອົງກອນ

  • ການໃຫ້ການດູແລຮັກສາຄົນເຈັບໃນລະດັບຕະຕິຍະພູມ (ຂັ້ນສາມ) ທີ່ພ້ອມດ້ວຍເທັກໂນໂລຊີທີ່ທັນສະໄໝ ແລະບຸກຄະລາກອນຊ່ຽວຊານ
  • ການຜ່າຕັດບາດແຜນ້ອຍຜ່າຕັດຜ່ານກ້ອງ3ມິດຕິເພີ່ມຄວາມຖືກຕ້ອງແມ້ນຢຳມີຄວາມປອດໄພ, ຊ່ວຍໃຫ້ຜູ້ປ່ວຍ (ຄົນໄຂ້) ຟື້ນຕົວໄວຂຶ້ນ.
  • ການໃຫ້ບໍລິການຄົນເຈັບທີ່ເກີດອຸບັດຕິເຫດສຸກເສີນ ດ້ວຍແພດໝໍເວດຊະສາດ ສູກເສີນ ແລະ ບູກຄະລາກອນສະເພາະດ້ານຕະຫຼອດ 24 ຊົ່ວໂມງ.
  • ການດູແລຄົນໄຂ້ ໂຣກລະບົບຫົວໃຈແລະຫລອດເລຶອດ ຄົບວົງຈອນ ປະກອບດ້ວຍການວິນິໄສ ດ້ວຍເຄຶ່ອງເອັກສະເຣ ຄອມພິວເຕີ ທີ່ສົມບູນແບບ ສຳ
    • ລັບຄົນເຈັບທີ່ເປັນພະຍາດຫຼອດເລືອດ (Coronary Computed Tomography Angiography) (CTA)
    • ການສວນຫລອດເລຶອດຫົວໃຈ. ການຮັກສາດ້ວຍຢາ ການໃສ່ເຄື່ອງກະຕູ້ນຫົວໃຈທຽມ (Artificial Pacemaker)
    • ຫັດຖະການຮັກສາໂຣກຫລອດເລຶອດ ໂຄໂຣນາຣີຜ່ານສານສວນ (Percutaneous Coronary Intervention)
    • ຫັດຖາການຜ່າຕັດຫົວໃຈແລະຫລອດເລຶອດ ການຟື້ນຟູສະພາບ (Cardio-Rehabilitation)

ປັດໄຈຄວາມສຳເລັດທີ່ສຳຄັນ

  • ຜູ້ບໍລິຫານແລະຄະນະນຳ ມີຄວາມມຸ້ງໝັ້ນໃນການນຳພາອົງກອນ. ເພື່ອໃຫ້ການດຳເນິນການແລະບໍລິຫານຈັດການໂຮງໝໍ ໃຫ້ສອດຄ່ອງເປັນໄປຕາມວິໄສທັດແລະພັນທະກິດ.
  • ພາບລັກຂອງອົງກອນແມ່ນເປັນທີ່ຮູ້ຈັກ. ເປັນໂຮງໝໍ ໃນກຸ່ມບໍລິສັດກຸງເທບດູສິດເວດຊະການຈຳກັດ (ມະຫາຊົນ) ເຊິ່ງເປັນໂຮງໝໍເຄືອຂ່າຍໃຫຍ່. ທີ່ມີຄວາມພ້ອມ ທັງດ້ານຊັບພະຍາກອນບູກຄົນ ອຸປະກອນການແພດ ເຕັກໂນໂລຊີການຮັກສາທີ່ທັນສະ ໄໝ ພ້ອມໃຫ້ການສະໜັບ ສະ ໜູນພໍໃຫ້ເກີດປະສິດທິພາບແລະຄວາມປອດໄພໃນການດູແລຮັກສາ.
  • ມີບູກຄະລາກອນທາງການແພດທີ່ມີຄວາມຮູ້ຄວາມສາມາດຊຳນິຊຳນານ ມີທ່ານໝໍ ທີ່ມີຄວາມ ຊຳນິຊຳນານສະເພາະດ້ານ ແພດໝໍໃຫ້ບໍລິການຕະຫຼອດ 24 ຊົ່ວໂມງຕໍ່ມື້, 365 ວັນຕໍ່ປີ.
Privacy Settings