ການກວດພິເສດທາງຫົວໃຈ

ການກວດພິເສດທາງຫົວໃຈ

ການກວດພິເສດທາງຫົວໃຈ ມີປະໂຫຍດ ຢ່າງຫຼວງຫລາຍ ທັງໃນການວິນິດໄສ ແລະປະເມີນຄວາມຮຸນແຮງຂອງໂຣກຫົວໃຈ ຫຼັງຈາກທີ່ແພດໄດ້ທຳການ ກວດປະຫວັດ ກວດຮ່າງກາຍ ລວມເຖິງ ສົ່ງກວດເບື້ອງຕົ້ນ ເຊັ່ນ ກວດເລືອດ ຄື້ນໄຟຟ້າຫົວໃຈ ຫຼືເອັກສະເລຊວງເອິກ

ການກວດພິເສດທີ່ສຳຄັນ ແລະຖືກນ້ຳມາໃຊ້ຢູ່ເປັນປະຈຳ ປະກອບດ້ວຍ ການກວດແບບ ຍ່າງເທິງສາຍພານ ອັນຕຼ້າຊາວຫົວໃຈ ເອັກສະເລຄອມພີວເຕີ້ຫຼອດເລືອດຫົວໃຈ ແລະການສີດສີຫຼອດເລືອດຫົວໃຈ.

ການຍ່າງເທິງສາຍພານ (Exercise stress test)

ການຍ່າງເທິງສາຍພານ ເປັນການກວດເພື່ອວິນິດໄສໂຣກຫຼອດເລືອດຫົວໃຈ ໃນຜູ້ທີ່ມີອາການເຈັບແໜ້ນໜ້າເອິກຫຼືຫອບເມືອຍງ່າຍເວລາອອກແຮງ ຫຼືໃນຜູ້ທີ່ຍັງບໍ່ມີອາກາດ ແຕ່ມີຄົນສ່ຽງໃນການເກີດໂຣກຫຼອດເລືອດຫົວໃຈ ນອກຈາກນັ້ນຍັງສາມາດທົດສອບສະມັດຖະພາບ ການເຮັດວຽກຂອງຫົວໃຈ ປອດ ແລະກ້າມເນື້ອ ຈຶ່ງເໝາະໃນຜູ້ທີ່ຕ້ອງການກວດສະມັດຖະພາບການເຮັດວຽກຂອງຫົວໃຈ ກ່ອນການຜ່າຕັດ ຫຼື ກ່ອນການແຂ່ງຂັນກິລາ ຫຼື ການອອກກຳລັງກາຍຢ່າງໜັກ.

ຫຼັກການກວດຄື ການຍ່າງ ຫຼື ແລນ ເພື່ອກະຕຸ້ນໃຫ້ຫົວໃຈເຮັດວຽກໜັກຂື້ນຈາກນັ້ນ ສັງເກດອາການ ຫຼືຄວາມຜິດປົກກະຕິ ທີ່ຈະເກີດຂຶ້ນ ທີ່ຄື້ນໄຟຟ້າຫົວໃຈ ໃນຂະນະທຳການກວດ ຜູ້ຮັບການກວດ ຈະຕ້ອງ ຍ່າງ ຫຼື ແລນເທິງສາຍພານ ເພື່ອກະຕູ້ນ ໃຫ້ຫົວໃຈເຕັນໄວຂຶ້ນ ຈົນເຖິງເປົ້າໝາຍ ທີ່ຕັ້ງໄວ້ ຊຶ່ງ ມັກຈະໃຊ້ເວລາ ໃນການຍ່າງໂດຍປະມານ 6-12ນາທີ ໂດຍມີສາຍກວດຄື້ນໄຟຟ້າຫົວໃຈແປະໄວ້ບໍລິເວນໜ້າເອິກເພື່ຄອຍຕິດຕາມການປ່ຽນແປງຂອງຄື້ນໄຟຟ້າຫົວໃຈ ການແປຜົນຈະພິຈາລະນາຈາກອາການ ວ່າມີອາການເຈັບແນ່ນໜ້າເອິກຫຼືບໍ່ ຮ່ວມກັບການວິເຄາະການປ່ຽນແປງ ຂອງຄື້ນໄຟຟ້າຫົວໃຈ ຊຶ່ງຈະເຫັນໄດ້ວ່າ ເປັນການກວດວິນິດໄສໂຣກຫຼອດເລືອດຫົວໃຈທາງອອ້ມ ເນື່ອງຈາກເຮົາບໍ່ໄດ້ແນມເຫັນຫຼອດເລືອດຫົວໃຈໂດຍຕົງວ່າຕີບຫຼືບໍ່ ການກວດຊະນິດນີ້ຈຶ່ງມີຄວາມຖືກຕ້ອງແມັນຢຳໃນການກວດປະມານ70-80%ແຕ່ເນື່ອງເປັນວິທີທີ່ງ່າຍ ຈຶ່ງເໝາະທີ່ຈະເປັນເຄື່ອງມື ໃນການກວດ ຄັດກອງ ເບື້ອງຕົ້ນ ດັ່ງນັ້ນ ໃນຜູ້ທີ່ມີຜົນການກວດບໍ່ຊັດເຈນຫລືຄາດວ່າບໍ່ສາມາດກວດຍ່າງເທິງສາຍພານໄດ້ເນື່ອງຈາກຂໍ້ຈຳກັດທາງດ້ານຮ່າງກາຍແພດໝໍຈະແນະນຳໃຫ້ກວດພິເສດດ້ວຍວິທີການອື່ນໆ

ການອັນຕຣາຊາວຫົວໃຈ (Echocardiogram)

ການກວດອັນຕຣາຊາວຫົວໃຈອາໃສຄື້ນອັນຕຣາຊາວໃນການສ້າງພາບເຮັດໃຫ້ເຮົາໄດ້ຂໍ້ມູນທັງໃນແງ່ຂອງຮູບຮ່າງລັກຊະນະແລະການເຮັດວຽກຂອງຫົວໃຈລວມໄປເຖິງສາມາດກວດວັດຄວາມດັນໃນສ່ວນຕ່າງໆຂອງຫົວໃຈແລະຫລອດເລືອດໄດ້ຈຶ່ງເປັນເຄື່ອງມືທີ່ມີປະໂຫຍດຫລາຍທີ່ໃຊ້ໃນການວິນິດໄສໂຣກຫົວໃຈແທບທຸກສະໜິດບໍ່ວ່າຈະເປັນ ໂຣກຂອງລີ້ນຫົວໃຈ ກ້າມເນື້ອຫົວໃຈ ເຫຍື່ອຫຸ້ມຫົວໃຈຫລືແມ່ກະທັ້ງໂຣກຫລອດເລືອດຫົວໃຈຕີບ ການກວດອັນຕຣາຊາວຫົວໃຈມີບົດບາດທັງການວິນິດໄສແລະການປະເມີນຄວາມຮຸນແຮງຂອງໂຣກ ການກວດຊະໜິດນີ້ຈຶ່ງເໝາະເປັນການກວດພິເສດໃນຜູ້ທີ່ມີອາການບົ່ງຊີ້ວ່າຈະມີໂຣກຫົວໃຈ ບໍ່ວ່າ ຈະເປັນອາການ ເຈັບແໜ້ນໜ້າເອິກ ຫາຍໃຈຫອບເມື່ອຍ ໃຈສັ່ນ ບວມ ຫລືໜ້າມືດເປັນລົມ ຫລືແໝແຕ່ໃນຜູ້ປ່ວຍໂຣກຄວາມດັນເລືອດສູງທີ່ຍັງບໍ່ມີອາການຜິດປົກກະຕິ ການກວດຊະໜິດນີ້ກໍ່ຊ່ວຍປະເມີນພາວະກ້າມເນື້ອຫົວໃຈໜາຕົວຈາກຄວາມດັນເລືອດສູງໄດ້ເປັນຢ່າງດີ

ໃນແງ່ຂອງການກວດເພື່ອວິນິດໄສໂຣກຫລອດເລືອດຫົວໃຈຕີບ ການກວດວິທີນີ້ຈະບໍ່ເຫັນຫລອດເລືອດຫົວໃຈໂດຍຕົງແຕ່ຈະເປັນການວິນິດໄສທາງອ້ອມໂດຍພິຈາລະນາຈາກການເຮັດວຽກຂອງກ້າມເນື້ອຫົວໃຈເຊິ່ງໃນຜູ້ປ່ວຍທີ່ເປັນຫລອດເລືອດຫົວໃຈແລະກ້າມເນື້ອຫົວໃຈຂາດເລືອດຢ່າງຮຸນແຮງຫລືໃນຜູ້ທີ່ເຄີຍມີກ້າມເນື້ອຫົວໃຈຕາຍມາກ່ອນຈະກວດພົບການເຮັດວຽກຂອງກ້າມເນື້ອຫົວໃຈຜິດປົກກະຕິເຊັ່ນ ກ້າມເນື້ອຫົວໃຈບີບໂຕອ່ອນແຮງລົງ ພະໜັງກ້າມເນື້ອຫົວໃຈບາງລົງ ຫລືຂະໜາດຂອງຫົວໃຈໃຫຍ່ຂື້ນການກວດອັນຕຣາຊາວຫົວໃຈຈຶ່ງມີປະໂຫຍດຢ່າຫລວງຫລາຍທັງໃນການວິນິດໄສແລະການປະເມີນຄວາມຮຸນແຮງຂອງໂຣກ ຂະນະທຳການກວດຜູ້ຮັບການກວດຈະຢູ່ໃນທ່ານອນຕະແຄງຊ້າຍ ແລະ ເປີດໜ້າເອິກດ້ານຊ້າຍເພື່ອໃຊ້ເປັນບໍລິເວນໃນການວາງຫົວກວດອັນຕຣາຊາວ ການກວດໃຊ້ເວລາບໍ່ດົນແລະສາມາດຊາບຜົນການກວດທັນທີ.

ເອັກສະເຣຄອມພິວເຕີ້ (CT scan)

ການກວດເອັກສະເຣຄອມພິວເຕີ້ອາໃສລັງສີເອັກສະເຣໃນການສ້າງພາບ. ເຮັດໃຫ້ເຫັນໂຄງສ້າງຂອງຫົວໃຈທັງ ໝົດ ແລະຍັງສາມາດປະເມີນລະດັບແຄວຊ້ຽມໃນຫລອດເລືອດຫົວໃຈ (CAC) ເຊິ່ງຊ່ວຍໃຫ້ຄາດເດົາຄວາມເປັນໄປໄດ້ຂອງການເກີດໂຣກຫລອດເລືອດຫົວໃຈ. ຖ້າຫາກທຳການສີດສານທືບລັງສີເຂົ້າທາງຫລອດເລືອດຂະນະກວດ ຊິ່ງເອີ້ນວ່າການກວດເອັກສະເຣຄອມພີວເຕີຫລອດເລືອຫົວໃຈ (CT coronary angiogram) ເຊິ່ງຊ່ວຍໃຫ້ແນມເຫັນເສັ້ນຫລອດເລືອດຫົວໃຈຕີບຫລືບໍຈຶ່ງມີປະໂຫຍດຫລາຍໃນການວິນິດໄສໂຣກຫລອດເລືອດຫົວໃຈດ້ວຍເອັກສະເຣຄອມພີວເຕີມີຄວາມຖືກຕ້ອງແມັ້ນຢຳສູງຫລາຍຈຶ່ງເໝາະທີ່ຈະໃຊ້ເຄື່ອງມືໃນການກວດຫາໂຣກຫລອດເລືອດຫົວໃຈທີ່ບໍ່ສາມາດຍ່າງເທິງສາຍພານຫລືກວດດ້ວຍວິທີການອື່ນແລ້ວຍັງໄດ້ຜົນບໍ່ຊັດເຈນ

ການສີດສີຫລອດເລືອດຫົວໃຈ

ການກວດດສອບນີ້ຊ່ວຍໃຫ້ພວກເຮົາສາມາດເບິ່ງເຫັນເສັ້ນເລືອດຫົວໃຈໄດ້ໂດຍການສີດສານທືບລັງສີເຂົ້າສູ່ຫລອດເລືອດຫົວໃຈໂດຍຕົງຜ່ານທາງສາຍສວນ ແລະອາໄສລັງສີເອັກສະເຣເພື່ອສ້າງພາບຈຶ່ງຖືເປັນການກວດມີຄວາມແມັ້ນຢຳທີ່ສຸດແລະເປັນ gold standard ຄືເປັນການກວດມາດຕະຖານທີ່ໃຫ້ຜົນຮັບເປັນຄຳຕອບສຸດທ້າຍໃນການວິນິດໄສ(ບົ່ງມະຕິ)ໂຣກຫລອດເລືອດຫົວໃຈນອກຈາກນັ້ນການກວດສີດສີຫລອດເລືອດຫົວໃຈຍັງເປັນສ່ວນໜຶ່ງໃນຂັ້ນຕອນການຮັກສາໂຣກຫລອດເລືອດຫົວໃຈດ້ວຍການຂະຫຍາຍບອນລູນແລະການໃສ່ຂົດລວດ ຄ້ຳຢັນພະໜັງຫລອດເລືອດນັບໄດ້ວ່າເປັນເຄື່ອງມືທີ່ມີປະໂຫຍດ ທັງໃນການບົ່ງມະຕິແລະການຮັກສາໃນເວລາດຽວກັນ.

ການກວດຊະໜິດນີ້ມີຂໍ້ບົງຊີ້ໃນຜູ້ທີ່ປະເມີນຈາກປະຫວັດແລະອາການແລ້ວວ່າມີໂອກາດສູງຫລາຍທີ່ຈະມີໂຣກຫລອດເລືອດຫົວໃຈ ຫຼືຜູ້ທີ່ຜ່ານການກວດພິເສດໂດຍວິທີການອື່ນໆແລ້ວໃຫ້ຜົນໄດ້ຮັບທີ່ຜິດປົກກະຕິ ແລະຈະໄດ້ຮັບການກວດເປັນກໍລະນີຮີບດ່ວນຖ້າຜູ້ປ່ວຍ (ຄົນເຈັບ)ມີພາວະກ້າມເນື້ອຫົວໃຈຕາຍສຽບພຣັນ

ເນື່ອງຈາກເປັນຫັດຖະການທີ່ເຮັດຜ່ານທາງສາຍສວນຈຶ່ງມີພຽງບາດແຜຂະໜາດນ້ອຍ ຈາກການໃສ່ສາຍສວນບໍລິເວນຂາໜີບ ຫລືຂໍ້ມືຈຶ່ງສາມາດເຮັດຫັດຖາການພາຍໃຕ້ການສັກຢາມືນສະເພາະທີ່ ແລະມີໄລຍະເວລາໃນການພັກພື້ນສັ້ນ ໂດຍສະເພາະຜູ້ທີ່ເຮັດຜ່ານທາງຫລອດເລືອດແດງບໍລິເວນຂໍ້ມືຈະສາມາດລຸກນັ່ງຫລືຍ່າງໄດ້ບໍດົນຫລັງເຮັດຫັດຖະການ.

Privacy Settings