ພະແນກຫົວໃຈ

ພະແນກຫົວໃຈ

ການບໍລິການດ້ານໂຣກຫົວໃຈ

  1. ການກວດວິນິໄສຫາໂຣກຫົວໃຈ
  2. ການປິ່ນປົວຮັກສາໂຣກຫລອດເລຶອດຫົວໃຈດ້ວຍບອນລູນແລະຂົດລວດ(PCI)
  3. ການສັນຍາກຳຫົວໃຈແລະຫລອດເລຶອດແລະການຜ່າຕັດເຮັດທາງບ່ຽງຫລອດເລຶອດຫົວໃຈ (CABG)
  4. ການຮັກສາຫົວໃຈເຕັ້ນຜິດຈັ່ງຫວະ
  5. ການຟື້ນຟູແລະສົ່ງເສີມສະມັດຕະພາບຫົວໃຈ
  6. ຄລີນິກປ້ອງກັນໂຣກຫົວໃຈແລະຫຼອດເລືອດ (Cardiomatabolic Clinic)

ລາຍລະອຽດມີດັ່ງນີ້

  1. ການກວດວິນິໄສຫາໂຣກຫົວໃຈ ຈການກວດພິເສດຫາໂຣກທາງຫົວໃຈ ແລະຫລອດເລືອດິປະກອບດ້ວຍ
    • ການຍ່າງເທິງສາຍພານ ກຳ ລັງ (Exercise stress test)
    • ການອັນຕຼ້າຊາວຫົວໃຈ (Ultrasound ຫົວໃຈ) (Echocardiogram)
    • ການກວດເອັກສະເຣຄອມພິວເຕີ້ (CT Scan)
    • ການກວດຄື້ນໄຟຟ້າຫົວໃຈ Electrocardiogram 24 - 72 ຊົ່ວໂມງ (Holter monitor)
    • ກາຍສີດສີຫລອດເລືອເຫົວໃຈ (Coronary angiography)
    • ການກວດສະມັດຕະພາບການໄຫຼວຽນຂອງຫຼອດເລືອດແດງສ່ວນປາຍແລະກວດວັດຄວາມແຂງໂຕຂອງຫຼອດເລືອດ (Ankle Brachial index)
  2. ການຮັກສາໂຣກຫຼອດເລືອດຫົວໃຈດ້ວຍບອນລູນແລະຂວດລວດ (PCI) ໃຫ້ບໍລິການປິ່ນປົວຮັກສາໂຣກຫຼອດເລືອດຫົວໃຈດ້ວຍບອນລູນແລະຂວດລວດຕະຫຼອດ 24 ຊົ່ວໂມງທັງການໃສ່ສາຍສວນຜ່ານຫລອດເລືອດແດງບໍລິເວນປາຍແຂນ (Transracial approach)
  3. ສັນຍາກຳຫົວໃຈແລະຫຼອດເລືອດແລະການຜ່າຕັດເຮັດທາງບ່ຽງຫຼອດເລືອດຫົວໃຈ (CABG) ສັນຍາກຳຫົວໃຈແລະຫຼອດເລືອດ (Cardiothoracic Surgery) Coronary Artery Bypass Grafting (CABG)
    1. ການໃຫ້ບໍລິການກວດວິນິໄສຮັກວາກ່ຽວກັບຄວາມຜິດປົກກະຕິຂອງຫຼອດເລືອດຫົວໃຈແລະຜ່າຕັດບາຍພາດຫຼອດເລືອດຫົວໃຈທັງແບບຢຸດຫົວໃຈແລະແບບບໍ່ຕ້ອງຢຸດຫົວໃຈ
      • ການຜ່າຕັດບາຍພາດແບບມາດຕະຖານ (Traditional CABG or On Pump CABG)
      • ການຜ່າຕັດແບບບາຍພາດແບບບໍ່ຕ້ອງຢຸດຫົວໃຈ (Off Pump CABGE (OPCAB) or Beating Hearty CABG)
    2. ໃຫ້ບໍລິການວິນິດໄສແລະປິ່ນປົວຮັກສາກ່ຽວກັບຄວາມຜິດປົກກະຕິຂອງລີ້ນຫົວໃຈທີ່ຈຳເປັນຕ້ອງໄດ້ຮັບການຜ່າຕັດສ້ອມແຊມຫຼືປ່ຽນລີ້ນຫົວໃຈ
      • ການຜ່າຕັດສ້ອມແຊມຫຼືປ່ຽນລິ້ນຫົວໃຈ (Heart Valve replacement or Repair)
      • Aortic Aneurysm / Aortic Dissection Repair
    3. ໃຫ້ບໍລິການກວດວິນິດໄສແລະປິ່ນປົວຮັກສາກ່ຽວກັບຄວາມຜິດປັກກະຕິຂອງຫຼອດເລືອດແດງໃຫຍ່ເອອໍຕາ ສາມາດໃຫ້ການຮັກສາດ້ວຍການຜ່າຕັດທັງຮູບແບບການຜ່າຕັດເປີດແລະການໃຫ້ການຮັກສາດ້ວຍການໃສ່ຫຼອດເລືອດທຽມຊະໜິດມີຂວດລວດຖ່າງຂະຫຍາຍ
      • ການຜ່ສຕັດເປີດ (Open Repair)
      • ການຮັກສາດ້ວຍການໃສ່ຫຼອດເລືອດທຽມຊະໜິດມີຂົດລວດຖ່າງຂະຫຍາຍ (Endovascular repair)
  4. ການຮັກສາຫົວໃຈເຕັ້ນຜິດຈັ່ງຫວະ ຫົວໃຈເຕັ້ນຜິດຈັ່ງຫວະເປັນພາວະທີ່ພົບໄດ້ເລື້ອຍໆແລະມີການວິນິດໄສອາການເລົ່ານີ້ໄດ້ວ່ອງໄວແລະຖືກຕ້ອງແມັນຢຳຈະນຳໄປສູ່ການຮັກສາທີ່ຖທກຕ້ອງແລະເພີ່ມຄຸນນະພາບຊີວິດທີ່ດີ
  5. ການຟື້ນຟູແລະສົ່ງເສີມສະມັດຖະພາບຫົວໃຈ ການຟື້ນຟູແລະສົ່ງເສີມສະມັດຖະພາບຫົວໃຈຄື ເວດຊະສາດຟື້ນຟູທາງດ້ານຮ່າງກາຍຈິດໃຈແລະອາລົມຂອງຜູ້ປ່ວຍ ທີ່ມີບັນຫາ ໂຣກຫົວໃຈ ໂປຣແກຣມການຟື້ນຟູສະມັດຖະພາບຫົວໃຈປະກອບດ້ວຍ ການປະເມີນຈາກແພດກ່ອນເລີ່ມໂປຣແກຣມການໃຫ້ຄຳແນະນຳ ໃນການດູແລ ຫົວໃຈ ໃຫ້ແຂງແຮງ ອອກກຳລັງກາຍ ແລະການຫຼຸດຄວາມຄຽດເພື່ອໃຫ້ຜູ້ ປ່ວຍ ສາມາດໃຊ້ ຊີວິດຢ່າງປົກກະຕິ
  6. ຄຣີນິກປ້ອງກັນໂລກຫົວໃຈແລະຫຼອດເລືອດ (Cardiometabolic clinic) ຄຣິນິກປ້ອງກັນໂຣກຫົວໃຈແລະຫຼອດເລືອດໂຮງພະຍາບານກຸງເທບຂອນແກ່ນໃຫ້ບໍລິການດູແລຫົວໃຈ ແບບອົງລວມຕັ້ງແຕ່ການຄົ້ນຫາປັດໄຈສຽງຂອງໂຣກ ຫຼອດເລືອດຫົວໃຈ ໂດຍມີເປົ່າຫມາຍຄືການປ້ອງກັນເຊີງລຸກ ບໍ່ໃຫ້ຫຼອດເລືອດຫົວໃຈແລະຫຼອດເລືອດ ຮ່າງກາຍເຊື້ອມສະພາບ ຕະຫຼອດຈົນ ວິນິດໄສໂຣກຫົວໃຈໄລຍະ ເລິ່ມຕົ້ນ ແລະ ໃຫ້ການຮັກສາຕາມມາດຕະຖານ ລວມເຖິງ ການຟື້ນຟູ ສະມັດຖະພາບຫົວໃຈ ຄື່ການ ມີສຸຂະພາບຫົວໃຈ ແຂງແຮງ ໃນທຸກຊ່ວງໄວ

ວັດຖຸປະສົງການຮັກສາ

  1. ປະເມີນຜູ້ທີ່ມີຄວາມສ່ຽງສູງແລະປ້ອງກັນກ່ອນທີ່ຈະເກີດໂຣກຫຼອດເລືອດຫົວໃຈໃນອະນາຄົດ
  2. ຫຼຸດຄວາມສ່ຽງທີ່ຈະເກີດພາວະແຊກຊ້ອນ ຈາກໂຣກຫຼອດເລືອດຫົວໃຈ
Privacy Settings